laosnisshintravel Travel

LNT-2026-0004 · China · China Express Airlines

ສົງຊິງ (5ວັນ 4ຄືນ) “ມະຫານະຄອນແຫ່ງ ອານາຄົດ ແລະມົນສະເໜ່ໂບຮານ”

ສົງຊິງ (5ວັນ 4ຄືນ) “ມະຫານະຄອນແຫ່ງ ອານາຄົດ ແລະມົນສະເໜ່ໂບຮານ”
ສຳພັດຊີວິດເໜືອຈິນຕະນາການ ທີ່ສົງຊິງ ມະຫານະຄອນສູງສຽດຟ້າ ແລະລົດໄຟທະລຸຕຶກ ທີ່ກາຍ ເປັນເລື່ອງທຳມະດາ ປະສົມປະສານກີ່ນອາຍປະຫວັດສາດຜ່ານມໍລະດົກໂລກຕ້າຈູ໋ ແລະ ວິຖີຊີວິດດັ່ງເດິມທີ່ເຊື່ອງຊ້ອນຢູ່ທ່າມກາງຄວາມລ້ຳສະໃໝ ໃຫ້ທຸກທ່ານຕຽມກ້ອງໃຫ້ພ້ອມ ເພາະທີ່ນີ້ຄືຈຸດເຊັດອິນທີ່ໂລກຕ້ອງຢຸດມາເບີ່ງ

Duration

5D/4N

Start

Vientiane

From

฿18,481 THB

Category

Festival Tour

Highlights

  • • Cyberpunk Vibe: ນັ່ງລົດໄຟທະລຸຕຶກ(Liziba) ແລະສໍາພັດຄວາມຍິ່ງໃຫຍ່ຂອງຫົງຫຍ່າຕົງຍາມຄໍ່າຄືນ.
  • • Time Travel: ຍ້ອນເວລາສູ່ເມືອງໂບຮານ ສືຊີໂຂ່ ແລະ ມໍລະດົກໂລກ ຜາຫິນແກະສະຫຼັກຕ້າຈູ໋.
  • • Modern Twist: ອັບເດດເທຣັນທີ່ POP Mart ແລະບັນໄດເລື່ອນ ທີ່ຍາວທີ່ສຸດແຫ່ງໜື່ງຂອງໂລກ.
  • • Epic Flavors: ສຳພັດລົດຊາດ “ໝ໋າລ່າໝໍ້ໄຟ” ຕົ້ນຕຳຫຼັບຂອງສົງຊິງທີ່ເຜັດຮ້ອນຖືງໃຈ.

Departure Schedules

StartEndAdultChildSeatsStatusBooking
No public schedule yet. Please ask our consultant.

Tour Details

ສຳພັດຊີວິດເໜືອຈິນຕະນາການ ທີ່ສົງຊິງ ມະຫານະຄອນສູງສຽດຟ້າ ແລະລົດໄຟທະລຸຕຶກ ທີ່ກາຍ ເປັນເລື່ອງທຳມະດາ ປະສົມປະສານກີ່ນອາຍປະຫວັດສາດຜ່ານມໍລະດົກໂລກຕ້າຈູ໋ ແລະ ວິຖີຊີວິດດັ່ງເດິມທີ່ເຊື່ອງຊ້ອນຢູ່ທ່າມກາງຄວາມລ້ຳສະໃໝ ໃຫ້ທຸກທ່ານຕຽມກ້ອງໃຫ້ພ້ອມ ເພາະທີ່ນີ້ຄືຈຸດເຊັດອິນທີ່ໂລກຕ້ອງຢຸດມາເບີ່ງ

Itinerary

Day 1

ວຽງຈັນ - ສົງຊິງ: ພະນັກງານຂອງພວກເຮົາຈະລໍຖ້າຕ້ອນຮັບທ່ານທີ່ ປະຕູຂາອອກສາກົນ
• 18:00: ພົບກັນທີ່ສະໜາມບິນວັດໄຕ ເພື່ອໂຫຼດກະເປົາ ແລະ ກຽມຕົວອອກເດີນທາງສູ່ມະຫານະຄອນສົງຊິງ.


• 21:05: ອອກເດີນທາງສູ່ສົງຊິງ ໂດຍຖ້ຽວບິນ G52806.


• 00:35+1: ເຖິງສະໜາມບິນສົງຊິງ, ຜ່ານດ່ານກວດຄົນເຂົ້າເມືອງ ແລ້ວເດີນທາງເຂົ້າສູ່ທີ່ພັກ (Chongqing Shengjia Hotel Airport Store ລະດັບ 4 ດາວ ຫລື ທຽບເທົ່າ).

Meals: -/-/- · Hotel: 4-star hotel or similar

Day 2

ສົງຊິງ: ຕະລຸຍມະຫານະຄອນໄຊເບີພັງ: ນັ່ງລົດໄຟທະລຸຕຶກທີ່ໂດ່ງດັງ, ຂຶ້ນບັນໄດເລື່ອນຫວງກວນ ແລະ ຊົມແສງສີຍາມຄໍ່າຄືນທີ່ຫົງຫຍ່າຕົ້ງ ສຸດອະລັງການ.
• 07:00 / 08:30: ຮັບປະທານອາຫານເຊົ້າ ທີ່ໂຮງແຮມ ແລະ ເລີ່ມຕົ້ນການເດີນທາງ.


ຕອນເຊົ້າ: ສຳຜັດປະສົບການສຸດແປກທີ່ ບັນໄດເລື່ອນຫວງກວນ (Crown Escalator) ທີ່ຍາວທີ່ສຸດ, ຈາກນັ້ນນຳທ່ານ ນັ່ງລົດໄຟຟ້າທະລຸຕຶກ ທີ່ສະຖານີ Liziba (ຈຸດເຊັກອິນທີ່ຫ້າມພາດ!). ຜ່ານຊົມສິລະປະທີ່ ສາລາປະຊາຄົມ (People's Auditorium).


• 12:00: ຮັບປະທານອາຫານທ່ຽງ.


ບ່າຍ: ຍ່າງຫຼິ້ນຊິວໆທີ່ ສື່ປາທີ (Shibati) ຖະໜົນບູຮານທີ່ເຕັມໄປດ້ວຍເລື່ອງລາວ ແລະ ຊ໋ອບປີ້ງທີ່ ສະພານກວນອິນ (Guanyinqiao).


• 18:00: ຮັບປະທານອາຫານຄໍ່າ.


ຄ່ຳ: ຊົມຄວາມງາມຂອງແສງສີຍາມຄໍ່າຄືນທີ່ ຫົງຫຍ່າຕົ້ງ (Hongyadong) ສະຖາປັດຕະຍາກຳທີ່ເໝືອນຫຼຸດອອກມາຈາກໂລກອະນິເມະ (Option ເສີມ: ລ່ອງເຮືອຊົມວິວແມ່ນໍ້າສອງສາຍ 300 RMB/ທ່ານ).

Meals: B/L/D · Hotel: 4-star hotel or similar

Day 3

ສົງຊິງ-ຕ້າຈູ໋: ຍ້ອນເວລາສູ່ອະດີດ ຊົມຄວາມຍິ່ງໃຫຍ່ຂອງຜາຫີນແກະສະຫຼັກມໍລະດົກໂລກ ຕ້າຈູ໋ ແລະ ຊີມລົດຊາດ ໝ່າລ່າໝໍ້ໄຟຕົ້ນຕຳຫຼັບ.
• 07:00 / 08:00: ຮັບປະທານອາຫານເຊົ້າ ທີ່ໂຮງແຮມ ແລະ ເດີນທາງສູ່ ເມືອງຕ້າຈູ໋.


ຕອນເຊົ້າ: ເຂົ້າຊົມ ຜາຫີນແກະສະຫຼັກຕ້າຈູ໋ ເຂົາເປົ່າຕີ້ງຊານ (ລວມລົດແບັດເຕີຣີ) ມໍລະດົກໂລກທາງວັດທະນະທໍາ ທີ່ມີຄວາມປານີດ ແລະ ຍິ່ງໃຫຍ່.


• 12:00: ຮັບປະທານອາຫານທ່ຽງ.


ບ່າຍ: ເດີນທາງກັບສູ່ຊົງກິ່ງ, ພາທ່ານຍ່າງຊົມ ຖະໜົນເກົ່າເຊຍຮາວ (Xiahao Old Street) ສໍາຜັດວິຖີຊີວິດແບບດັ້ງເດີມ.


• 18:00: ຮັບປະທານອາຫານຄໍ່າ ພິເສດ! ເມນູ ສຸກີ້ໝ່າລ່າໝໍ້ໄຟສົງຊິງ ລົດຊາດເຜັດຮ້ອນຕົ້ນຕໍາຫຼັບ.

Meals: B/L/D · Hotel: 4-star hotel or similar

Day 4

ສົງຊິງ: ປະສົມປະສານຄວາມເກົ່າ ແລະ ໃໝ່: ທ່ຽວເມືອງບູຮານສືຊີ່ໂຂ່ວ, ອັບເດດເທຣນທີ່ POP Mart ແລະ ຖ່າຍຮູບກັບຕຶກຄຸ້ຍຊິງທີ່ແປກຕາ.
• 07:00 / 08:30: ຮັບປະທານອາຫານເຊົ້າ ທີ່ໂຮງແຮມ.


ຕອນເຊົ້າ: ທ່ຽວຊົມ ໝູ່ບ້ານບູຮານສືຊີ່ໂຂ່ວ (Ciqikou Ancient Town) ແຫຼ່ງລວມຂອງກິນ ແລະ ຂອງຝາກພື້ນເມືອງ, ຈາກນັ້ນແວ່ໄຫວ້ພະຂໍພອນທີ່ ວັດຫຼົວຮັ່ນ (Luohan Temple).


• 12:00: ຮັບປະທານອາຫານທ່ຽງ.


ບ່າຍ: ເຊັກອິນຈຸດຖ່າຍຮູບສຸດຮິດ ຕຶກຄຸ້ຍຊິງ 22 ຊັ້ນ (Kuixing Building) ແລະ ຊົມດ້ານນອກຂອງ ຕຶກໄມ້ຖູ. ຈາກນັ້ນໃຫ້ທ່ານອິດສະຫຼະຊ໋ອບປີ້ງທີ່ ຖະໜົນຄົນຍ່າງເຈ້ຍຟາງເປີ່ຍ (Jiefangbei) ແລະ ຮ້ານ POP Mart.


• 18:00: ຮັບປະທານອາຫານຄໍ່າ ແລະ ພັກຜ່ອນອັດທະຍາໄສ.

Meals: B/L/D · Hotel: 4-star hotel or similar

Day 5

ສົງຊິງ-ວຽງຈັນ: ສົ່ງທ້າຍຄວາມໜ້າຮັກ: ຊົມແພນດ້າທີ່ສວນສັດສົງຊິງ ກ່ອນເດີນທາງກັບສູ່ວຽງຈັນດ້ວຍຄວາມປະທັບໃຈ.
• 07:00 / 08:30: ຮັບປະທານອາຫານເຊົ້າ ທີ່ໂຮງແຮມ ແລະ ເຊັກເອົ້າ.


ຕອນເຊົ້າ: ເດີນທາງໄປ ສວນສັດຊົງກິ່ງ (Chongqing Zoo) ຊົມຄວາມໜ້າຮັກຂອງໝີແພນດ້າ ແລະ ສັດນາໆຊະນິດ.


• 12:00: ຮັບປະທານອາຫານທ່ຽງ.


ບ່າຍ: ອອກເດີນທາງໄປສະໜາມບິນສົງຊິງ ເພື່ອກຽມຕົວບິນກັບ.


• 18:45: ອອກເດີນທາງກັບສູ່ວຽງຈັນ ໂດຍຖ້ຽວບິນ G52805.


• 20:05: ຮອດສະໜາມບິນວັດໄຕ ວຽງຈັນ ໂດຍສະຫວັດດີພາບ.

Meals: B/L/D · Hotel: -

Included

  • * ຄ່າປີ້ຍົນ ໄປ-ກັບ ນະຄອນຫຼວງວຽງຈັນ - ສົງຊິງ - ນະຄອນຫຼວງວຽງຈັນ
  • * ຄ່າໂຮງແຮມທີ່ພັກ ຕາມທີ່ລະບຸໃນລາຍການ 2 ທ່ານ/ຫ້ອງ ພ້ອມອາຫານເຊົ້າ (ລະດັບ 4 ດາວ)
  • * ຄ່າລົດນຳທ່ຽວຕະຫຼອດລາຍການ
  • * ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ ຕາມທີ່ໄດ້ລະບຸໃນລາຍການ
  • * ຄ່າອາຫານຕາມລະບຸໄວ້ໃນລາຍການ (ມາດຕະຖານ 40-60 ຢວນ/ທ່ານ/ຄາບ)
  • * ຄ່າໄກດ໌ນຳທ່ຽວທ້ອງຖິ່ນເວົ້າພາສາໄທ + ໄກດ໌ຕິດຕາມຄະນະ
  • * ຄ່າວີຊ້າເຂົ້າ - ອອກ ຈີນ 1 ຄັ້ງ
  • * ຄ່າປະກັນໄພເດີນທາງ

Excluded

  • * ຄ່າທິບໄກດ໌ ແລະ ຄົນຂັບລົດ 20 RMB/ທ່ານ/ມື້ (ສຳລັບກຣຸບນ້ອຍກວ່າ 10 ຄົນ, ທິບ 200 ຢວນ/ກຣຸບ/ມື້)
  • * ຄ່າໂທລະສັບ + ຄ່າຊັກລີດ + ຄ່າອາຫານ ແລະເຄື່ອງດື່ມທີ່ສັ່ງເພີ່ມນອກເໜືອຈາກທົວຣ໌ບໍລິການ
  • * ຄ່າເຄື່ອງດື່ມ + ຂະໜົມ ມິນິບາ ຢູ່ຫ້ອງພັກ
  • * ຄ່າໃຊ້ຈ່າຍອື່ນໆ ທີ່ບໍ່ໄດ້ລະບຸໄວ້ໃນລາຍການ

Conditions and Notes

(ໝາຍເຫດ: B=Breakfast (ອາຫານເຊົ້າ), L=Lunch (ອາຫານທ່ຽງ), D=Dinner (ອາຫານຄໍ່າ)


*ບໍ່ລົງຮ້ານຄ້າລັດຖະບານ (No Shopping Tour)


*ນ້ຳດື່ມ 1ຕຸກ/1ທ່ານ/1ມື້

Related Tours

Chat WhatsApp WeChat LINE Facebook