laosnisshintravel Travel

LNT-2026-0005 · China · China Eastern Airlines

ຈີ໋ໜານ - ສວິຟູ໋ - ສິງຕາວ(7ມື້ 6ຄືນ) “ສຳຜັດຈິດວິນຍານແຫ່ງຂົງຈື້ ແລະມົນສະເໜ່ແຫ່ງເມືອງເບຍລະດັບໂລກ”

ຈີ໋ໜານ - ສວິຟູ໋ - ສິງຕາວ(7ມື້ 6ຄືນ) “ສຳຜັດຈິດວິນຍານແຫ່ງຂົງຈື້ ແລະມົນສະເໜ່ແຫ່ງເມືອງເບຍລະດັບໂລກ”
ເປິດປະສົບການ ການເດິນທາງສູ່ ມົນທົນຊານຕົງ ດິນແດນແຫ່ງອະລະຍະທໍາບູຮານ ແລະ ເມືອງແຄມທະເລທີ່ ທັນສະໄໝທີ່ສຸດໃນຈີນ ສຳພັດວິຖີແຫ່ງປຣາດທີ່ເມືອງ ສວິຟູ໋ ຜ່ອນຄາຍກັບທັດສະນີຍະພາບທີ່ສວຍງາມ ຂອງພູເຂົາຫຼາວຊານ ແລະ ປິດທ້າຍດ້ວຍຄວາມມ່ວນຊື່ນ ສະນຸກສະໜານ ໃນເທດສະການເບຍລະດັບໂລກທີ່ຊິງຕ່າວ

Duration

7D/6N

Start

Vientiane

From

฿29,593 THB

Category

Festival Tour

Highlights

  • • Wisdom Path: ຢ້ຽມຢາມບ້ານເກິດ ປຣາດຂົງຈື້ ທີ່ສວິຟູ໋ ສຳພັດກັບ ຮາກຖານທາງດ້ານວັດທະນາທຳທີ່ລຶກຊື່ງ
  • • Cultural Fest: ມ່ວນຊື່ນ ສະໜຸກ ສະໜານ ສຸດຂິດ ກັບ ເທດສະການເບຍ ຊິງຕ່າວ (Qingdao Beer Festival) ຕົ້ນຕໍາຫຼັບ ເບຍທີ່ໃຫຍ່ທີ່ສຸດໃນອາຊ້ຽນ.
  • • Mountain Spirit: ພິຊິດຍອດເຂົາຫຼາວຊານ(Laoshan) ຊົມວິວທະເລຈາກມຸມສູງທີ່ສວຍງາມທີ່ສຸດໃນຊານຕົງ
  • • Spring City: ທ່ຽວເມືອງ ຈີ໋ໜານ “ເມືອງແຫ່ງນ້ຳພຸ” 72ແຫ່ງ ທີ່ງາມທີ່ສຸດດັ່ງຮູບແຕ້ມ

Departure Schedules

StartEndAdultChildSeatsStatusBooking
No public schedule yet. Please ask our consultant.

Tour Details

ເປິດປະສົບການ ການເດິນທາງສູ່ ມົນທົນຊານຕົງ ດິນແດນແຫ່ງອະລະຍະທໍາບູຮານ ແລະ ເມືອງແຄມທະເລທີ່ ທັນສະໄໝທີ່ສຸດໃນຈີນ ສຳພັດວິຖີແຫ່ງປຣາດທີ່ເມືອງ ສວິຟູ໋ ຜ່ອນຄາຍກັບທັດສະນີຍະພາບທີ່ສວຍງາມ ຂອງພູເຂົາຫຼາວຊານ ແລະ ປິດທ້າຍດ້ວຍຄວາມມ່ວນຊື່ນ ສະນຸກສະໜານ ໃນເທດສະການເບຍລະດັບໂລກທີ່ຊິງຕ່າວ

Itinerary

Day 1

ວຽງຈັນ-ຄຸນໝິງ-ຈີ໋ໜານ: ເພື່ອການເດິນທາງທີ່ສະດວກສະບາຍຍີ່ງຂື້ນ ພວກເຮົາໄດ້ເລືອກສັນຖ້ຽວບິນຕໍ່ເຄື່ອງໄປມົນທົນຊານຕົງ ຊື່ງເປັນມົນທົນທີ່ອຸດົມໄປດ້ວຍວັດທະນະທຳ
07:30: ທີມງານຂອງພວກເຮົາຈະລໍຖ້າຕ້ອນຮັບທ່ານທີ່ ປະຕູຂາອອກສາກົນເພື່ອອຳນວຍຄວາມສະດວກ.
09:45 -12:25 ອອກເດິນທາງຈາກ ສະໜາມບິນວັດໄຕ ດ້ວຍ China Eastern Airlines MU9604 ສູ່ສະໜາມບິນນານາຊາດ ຄຸນໝິງ ສາງສຸຍ
16:40-19:45 ອອກເດິນທາງຈາກ ສະໜາມບິນນານາຊາດ ຄຸນໝິງ ສາງສຸຍ ດ້ວຍ China Eastern Airlines MU6480 ສູ່ສະໜາມບິນນານາຊາດ ຈີ່ໜານຫຍາສາງ
ເຖິງນະຄອນຈີໜານ, ຜ່ານດ່ານກວດຄົນເຂົ້າເມືອງ ແລ້ວນຳທ່ານເຂົ້າສູ່ທີ່ພັກ.

Meals: -/-/D · Hotel: 4-star hotel or similar

Day 2

ຈີ໋ໜານ: ຍ້ອນເວລາຊົມເມືອງແຫ່ງນ້ຳພຸ: ສຳຜັດຄວາມງາມຂອງ 72 ນ້ຳພຸທີ່ສວຍງາມທີ່ສຸດໃນໂລກ ແລະ ວິຖີຊີວິດທີ່ງົດງາມດັ່ງຮູບແຕ້ມ.
 07:00: ຮັບປະທານອາຫານເຊົ້າ ແລະ ເລີ່ມຕົ້ນການທ່ອງທ່ຽວຢ່າງອະລັງການ
ຕອນເຊົ້າ: ນຳທ່ານຊົມ ສວນນ້ຳພຸປ້າທູ (Baotu Spring) ນ້ຳພຸທີ່ສວຍງາມ ແລະ ເປັນສັນຍາລັກຂອງເມືອງຈີ໋ໜານ.
ບ່າຍ: ເດີນທາງຊົມຄວາມງາມຂອງ ທະເລສາບຕ້າໝິງ (Daming Lake) ແລະ ຍ່າງຫຼິ້ນຍ່ານເມືອງເກົ່າທີ່ເຕັມໄປດ້ວຍກິ່ນອາຍວັດທະນະທຳ.
18:00: ຮັບປະທານອາຫານຄໍ່າ ແລະ ພັກຜ່ອນ.

Meals: B/L/D · Hotel: 4-star hotel or similar

Day 3

ຈີ໋ໜານ - ສວິຟູ໋: ຮຽນຮູ້ປັດຊະຍາແຫ່ງປຣາດ: ຢ້ຽມຢາມບ້ານເກີດປຮາດຂົງຈື໊, ຜະສົມຜະສານຄວາມຮຸ່ງເຮືອງທາງວັດທະນະທຳທີ່ສືບທອດມາຫຼາຍພັນປີ.
07:00: ຮັບປະທານອາຫານເຊົ້າ, ຈາກນັ້ນນຳທ່ານນັ່ງລົດໄຟຄວາມໄວສູງ ມຸ່ງໜ້າສູ່ ນະຄອນສວິຟູ໋ (Qufu).
ບ່າຍ: ເຂົ້າຊົມ ວັດຂົງຈື໊ (Confucius Temple) ມໍລະດົກໂລກທີ່ອາລັງການ ແລະ ສຶກສາປະຫວັດສາດຂອງປຣາດຜູ້ຍິ່ງໃຫຍ່.
18:00: ຮັບປະທານອາຫານຄໍ່າ ແລະ ເຂົ້າສູ່ທີ່ພັກ.

Meals: B/L/D · Hotel: 4-star hotel or similar

Day 4

ສວິຟູ໋ - ຊິງຕ່າວ: ຈາກດິນແດນວັດທະນະທຳ ສູ່ເມືອງແຄມທະເລ ລະດັບໂລກ: ເດີນທາງສູ່ຊິງຕ່າວ ເມືອງທີ່ມີກິ່ນອາຍເອີຣົບທີ່ສຸດໃນຈີນ.
07:00: ຮັບປະທານອາຫານເຊົ້າ ແລະ ທັດສະນະສຶກສາເພີ່ມເຕີມໃນສວິຟູ໋ ກ່ອນເດີນທາງດ້ວຍລົດໄຟຄວາມໄວສູງສູ່ຊິງຕ່າວ.
ບ່າຍ: ເຖິງນະຄອນຊິງຕ່າວ, ນຳທ່ານຊົມບັນຍາກາດແຄມຝັ່ງທະເລ ພ້ອມສຳພັດກັບລົມເຢັນໆໆ ສົດຊື່ນ ຜ່ອນຄາຍ.
18:00: ຮັບປະທານອາຫານຄໍ່າ ແລະ ເຂົ້າສູ່ທີ່ພັກ.

Meals: B/L/D · Hotel: 4-star hotel or similar

Day 5

ຊິງຕ່າວ: ປາຕີ້ເບຍຊິງຕ່າວລະດັບໂລກ: ເປີດປະສົບການມ່ວນຊື່ນສຸດຂິດໃນເທດສະການ ເບຍທີ່ໃຫຍ່ທີ່ສຸດ, ພ້ອມຊິມເບຍສົດລົດຊາດຕົ້ນຕຳຮັບ(ຫ້າມພາດ ເດັດສຸດໆໆໆ).
07:00: ຮັບປະທານອາຫານເຊົ້າ. ຕອນເຊົ້າ: ເຂົ້າຊົມ ພິທິຕະພັນເບຍຊິງຕາວ (Tsingtao Beer Museum) ຊົມຂະບວນການຜະລິດ ແລະ ຊີມເບຍສົດໆໆໆຈາກໂຮງງານ.
ບ່າຍ: ຈັດເຕັມຄວາມມ່ວນຊື່ນທີ່ ເທດສະການເບຍຊິງຕ່າວ (Qingdao Beer Festival) ກິດຈະກຳທີ່ຫ້າມພາດ!
18:00: ຮັບປະທານອາຫານຄໍ່າ ແລະ ພັກຜ່ອນ.

Meals: B/L/D · Hotel: 4-star hotel or similar

Day 6

ຊິງຕາວ: ເປີດໂລກພູຫຼາວຊານ: ທ່ອງທ່ຽວຂຸນເຂົາ ແລະ ທະເລທີ່ງົດງາມທີ່ສຸດໃນຊານຕົງ, ພ້ອມຊົມວິວ 360 ອົງສາ.

07:00: ຮັບປະທານອາຫານເຊົ້າ.
ຕອນເຊົ້າ: ເດີນທາງສູ່ ພູຫຼາວຊານ (Laoshan) ຜາຫີນທີ່ສວຍງາມຕັດກັບນ້ຳທະເລສີຟ້າຄາມ ດັ່ງເຂົ້າໄປໃນຮູບແຕ້ມ.
ບ່າຍ: ຊົມວັດເຕົາ ແລະ ສູດດົມອາກາດບໍລິສຸດເທິງຍອດພູ ພ້ອມຖ່າຍຮູບວິວຫຼັກລ້ານ.
18:00: ຮັບປະທານອາຫານຄໍ່າ ແລະ ພັກຜ່ອນ.

Meals: B/L/D · Hotel: 4-star hotel or similar

Day 7

ຊິງຕ່າວ-ຄຸນໝິງ-ວຽງຈັນ: ສົ່ງທ້າຍຄວາມປະທັບໃຈ: ເດີນທາງກັບສູ່ວຽງຈັນ ດ້ວຍຄວາມຊົງຈຳທີ່ດີຈາກມົນສະເໜ່ເມືອງຊານຕົງ.
07:00: ຮັບປະທານອາຫານເຊົ້າ ແລະ ເຊັກເອົ້າ.
ຕອນເຊົ້າ: ເດີນທາງໄປສະໜາມບິນ ເພື່ອບິນກັບ
09:00 -12:35 ອອກເດິນທາງຈາກ ສະໜາມບິນຊິງຕາວ ດ້ວຍ China Eastern Airlines MU5685 ສູ່ສະໜາມບິນນານາຊາດ ຄຸນໝິງ ສາງສຸຍ
16:05-16:45 ອອກເດິນທາງຈາກ ສະໜາມບິນນານາຊາດ ຄຸນໝິງ ສາງສຸຍ ດ້ວຍ China Eastern Airlines MU9625 ສູ່ສະໜາມບິນນານາຊາດ ວັດໄຕ
16:45: ຮອດວຽງຈັນໂດຍສະຫວັດດີພາບ.

Meals: B/-/- · Hotel: -

Included

  • * ຄ່າປີ້ຍົນ ໄປ-ກັບ ນະຄອນຫຼວງວຽງຈັນ - ຈີ໋ໜານ- ນະຄອນຫຼວງວຽງຈັນ
  • * ຄ່າໂຮງແຮມທີ່ພັກ ຕາມທີ່ລະບຸໃນລາຍການ 2 ທ່ານ/ຫ້ອງ ພ້ອມອາຫານເຊົ້າ (ລະດັບ 4 ດາວ)
  • * ຄ່າລົດນຳທ່ຽວຕະຫຼອດລາຍການ
  • * ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ ຕາມທີ່ໄດ້ລະບຸໃນລາຍການ
  • * ຄ່າອາຫານຕາມລະບຸໄວ້ໃນລາຍການ (ມາດຕະຖານ 40-60 ຢວນ/ທ່ານ/ຄາບ)
  • * ຄ່າໄກດ໌ນຳທ່ຽວທ້ອງຖິ່ນເວົ້າພາສາໄທ + ໄກດ໌ຕິດຕາມຄະນະ
  • * ຄ່າວີຊ້າເຂົ້າ - ອອກ ຈີນ 1 ຄັ້ງ
  • * ຄ່າປະກັນໄພເດີນທາງ

Excluded

  • * ຄ່າທິບໄກດ໌ ແລະ ຄົນຂັບລົດ 20 RMB/ທ່ານ/ມື້ (ສຳລັບກຣຸບນ້ອຍກວ່າ 10 ຄົນ, ທິບ 200 ຢວນ/ກຣຸບ/ມື້)
  • * ຄ່າໂທລະສັບ + ຄ່າຊັກລີດ + ຄ່າອາຫານ ແລະເຄື່ອງດື່ມທີ່ສັ່ງເພີ່ມນອກເໜືອຈາກທົວຣ໌ບໍລິການ
  • * ຄ່າເຄື່ອງດື່ມ + ຂະໜົມ ມິນິບາ ຢູ່ຫ້ອງພັກ
  • * ຄ່າໃຊ້ຈ່າຍອື່ນໆ ທີ່ບໍ່ໄດ້ລະບຸໄວ້ໃນລາຍການ

ໂປຣແກຣມທົວ (PDF)

Conditions and Notes

ນະໂຍບາຍ: ບໍລິສັດຂໍສະຫງວນສິດໃນການປັບປ່ຽນລາຍການຕາມຄວາມເໝາະສົມ ໂດຍຄຳນຶງເຖິງຄວາມສະດວກ ແລະ ຄວາມປອດໄພຂອງຜູ້ເດີນທາງເປັນຫຼັກ.

Related Tours

Chat WhatsApp WeChat LINE Facebook